ຫຼັກຖານການເຂົ້າຮ່ວມກອງປະຊຸຸມແລກປ່ຽນບົດຮຽນທາງດ້ານວິຊາການລະຫວ່າງປະເທດກ່ຽວກັບວຽກງານອາຊີວະສຶກສາລະຫວ່າງລາວ-ໄທປະຈຳປີ 2017 - Thongdy NAOHVANPHENG

Photos ທີ່ສາມາດເລືອກເອງໄດ້

ເລືອກພາສາ

Tuesday, February 2, 2021

ຫຼັກຖານການເຂົ້າຮ່ວມກອງປະຊຸຸມແລກປ່ຽນບົດຮຽນທາງດ້ານວິຊາການລະຫວ່າງປະເທດກ່ຽວກັບວຽກງານອາຊີວະສຶກສາລະຫວ່າງລາວ-ໄທປະຈຳປີ 2017

 

ຫຼັກຖານການເຂົ້າຮ່ວມກອງປະຊຸຸມແລກປ່ຽນບົດຮຽນທາງດ້ານວິຊາການລະຫວ່າງປະເທດກ່ຽວກັບວຽກງານອາຊີວະສຶກສາລະຫວ່າງລາວ-ໄທປະຈຳປີ 2017

ອີງຕາມ: ແຈ້ງການຕົກລົງ ຂອງທ່ານລັດຖະມົນຕີກະຊວງການຕ່າງເທດ ສະບັບເລກທີ 000242/ຕປທ.ອປອ.2, ລົງວັນທີ 12 ມັງກອນ 2017.

ອີງຕາມ: ຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍການອານຸມັດໃຫ້ຄະນະຜູ້ບໍລິຫານໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄປພົບປະ ແລະ ຖອດຖອນບົດຮຽນຢູ່ທີ່ວິທະຍາໄລອາຊີວະສຶກສາ ແລະ ວິ ທະຍາໄລເຕັກນິກ ແຂວງເລີຍ ຣາຊອານາຈັກໄທ ສະບັບເລກທີ 1344/ຈຂ.ຊຍ, ລົງວັນທີ 19/9/2016.

 

          ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ມີຄວາມຍິນດີຂໍຮຽນລາຍງານການເຄື່ອນໄຫວ ຂອງຄະນະໃນການລົງຖອດຖອນບົດຮຽນຢູ່ 2 ວິທະຍາໄລ ຄື : ວິທະຍາໄລອາຊີວະສຶກສາເລີຍ ແລະ ວິທະຍາໄລເຕັກນິກເລີຍ ຢູ່ ແຂວງເລີຍ(ຣາຊອານາຈັກໄທ) ຜົນການເຄື່ອນໄຫວດັ່ງນີ້ :

          ຄະນະທີມງານເຄື່ອນໄຫວ ລວມມີ 11 ທ່ານ, ຍິງ 0 ທ່ານ, ຈາກພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ 2 ທ່ານ, ຄະນະອຳນວຍການໂຮງຮຽນ 3 ທ່ານ, ຫົວໜ້າພະແນກການຂອງໂຮງຮຽນ 5 ທ່ານ, ພະນັກງານຂັບລົດ 1 ທ່ານ ເວລາເຄື່ອນໄຫວຕົວຈິງ  3 ວັນ (ເລີ້ມວັນທີ 26,27,28 ກຸມພາ 2017)

-       ວັນທີ 26 ກຸມພາ 2017 ອອກເດີນທາງແຕ່ແຂວງໄຊຍະບູລີ ຮອດ ແຂວງເລີຍ ແລະ ຕອນແລງເຂົ້າຮ່ວມງານລ້ຽງສ້າງສັນເພື່ອພົບປະທັກທາຍທຳຄວາມຮູ້ຈັກເຊິ່ງກັນ ແລະ ກັນ ລະຫວ່າງ ວິທະຍາໄລອາຊີວະສຶກສາເລີຍ, ວິທະຍາໄລເຕັກນິກເລີຍ, ວິທະຍາໄລກະເສດ ແລະ ເຕັກໂນໂລຊີຂອນແກ່ນ ກັບ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ.

-       ວັນທີ 27 ກຸມພາ 2017, ເວລາ 8ໂມງ 00ນາທີ, ເຂົ້າຮ່ວມກອງປະຊຸມຮ່ວມຖອດຖອນບົດຮຽນແລກປ່ຽນຄວາມຮູ້ທາງດ້ານວິຊາການ, ທີ່ຫ້ອງປະຊຸມໃຫ່ຍຂອງວິທະຍາໄລເຕັກນິກເລີຍ(ຣາຊອານາຈັກໄທ) ພາຍໃຕ້ການເປັນປະທານ ຮ່ວມ ຂອງຜູ້ອຳນວຍການທັງ 4 ແຫ່ງ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 24ທ່ານ, ຍິງ 4ທ່ານ.

1.    ກອງປະຊຸມໄດ້ທົບທວນຄືນການຮ່ວມມື ແລະ ຜົນການດໍຳເນີນງານດ້ານຄວາມຮ່ວມມື(MOU) ການຈັດການອາຊີວະສຶກສາລະຫວ່າງວິທະຍາໄລເຕັກນິກເລີຍ, ວິທະຍາໄລອາຊີວະສຶກສາເລີຍ, ວິທະຍາ ໄລກະເສດ ແລະ ເຕັກໂນໂລຊີຂອນແກ່ນ.

2.    ກອງປະຊຸມໄດ້ພ້ອມກັນທົບທວນຕິດຕາມຜົນການປະຕິບັດງານຕາມໂຄງການຮ່ວມມືລະຫວ່າງສະຖານສຶກສາທັງ 2 ປະເທດ (ລາວ-ໄທ) ທີ່ວິທະຍາໄລປາກປ່າສັກ ນະຄອນຫຼວງວຽງຈັນ ສປປ.ລາວ ເມືອງວັນທີ 17 ມີນາ 2015 ເຊິ່ງໄດ້ມີການຮັບເອົາພະນັກງານຄູຈາກໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ ຈຳນວນ 3 ທ່ານ ໄດ້ຍົກລະດັບວິຊາສະເພາະ ຢູ່ 3 ວິທະຍາໄລ ຄື :

1)    ນາງ ລັດສະໝີ ພັນທະວົງ       ເຂົ້າສຶກສາຢູ່ວິທະຍາໄລອາຊີວະສຶກສາເລີຍ ຫຼັກສູດຊັ້ນສູງ ສາຂາວິຊາ ອາຫານ ແລະ ໂພສະນາການ ສົກປີ 2015-2016 ປະຈຸບັນສຳເລັດແລ້ວ.

2)    ທ້າວ ຄຳເພັດ ດວງຕາ ເຂົ້າສຶກສາຢູ່ວິທະຍາໄລເຕັກນິກເລີຍ ຫຼັກສູດ ຊັ້ນສູງ ສາຂາວິຊາ ເຕັກນິກລົດຍົນ ສົກປີ 2015-2016 ປະຈຸບັນ ຢູ່ປີທີ່ 2.

3)    ທ້າວ ສີທະນົນໄຊ ສີຮັກສາ ເຂົ້າສຶກສາຢູ່ ວິທະຍາໄລກະເສດ ແລະ ເຕັກໂນໂລຍີຂອນແກ່ນ ຫຼັກສູດ ປະລິນຍາຕີ ສາຂາວິຊາ ເຕັກໂນໂລຊີການຜະລິດພືດ ສົກປີ 2015-2016ປະຈຸບັນຢູ່ປີທີ 2.

3.     ກອງປະຊຸມເຫັນດີ ນໍາສະເໜີແລກປ່ຽນນັກຮຽນ-ນັກສຶກສາສາຍອາຊີວະສຶກສາ ຫຼັກສູດໄລຍະສັ້ນ ຊຶ່ງວິທະຍາໄລເຕັກນິກເລີຍ, ວິທະຍາໄລອາຊີວະສຶກສາເລີຍ ແລະ ວິທະຍາໄລກະເສດ ແລະ ເຕັກໂນໂລຊີຂອນແກ່ນ ໄດ້ຈັດການຮຽນການສອນ ຫຼັກສູດວິຊາຊີບໄລຍະສັ້ນໃນ ສາຂາວິຊາຊີບທີ່ສອດຄ່ອງກັບຄວາມຕ້ອງການເຊັ່ນ : ຫຼັກສູດການຈອດຜະລິດຕະພັນໂລຫະ, ຫຼັກສູດສ້ອມແປງ, ບຳລຸງຮັກສາເຄື່ອງເຢັນ, ຫຼັກສູດສ້ອມແປງລົດຍົນເບື້ອງຕົ້ນ, ຫຼັກສູດປຸງແຕ່ງອາຫານນາໆຊາດ, ຫຼັກສູດຄະຫະກຳທຸລະກິດ, ຫຼັກສູດການໂຮງແຮມ ແລະ ການບໍລິການ, ຫຼັກສູດການປູກພືດບໍ່ໃສ່ດິນ, ຫຼັກສູດການລ້ຽງ ແລະ ສຸຂາພິບານສັດປີກ, ຫຼັກສູດການຂະຫຍາຍພັນພືດ, ຫຼັກສູດການເພາະພັນສັດນ້ຳ,

4.    ກອງປະຊຸມຕົກລົງຮ່ວມກັນ ໃນການພິຈາລະນາຈັດຕັ້ງປະຕິບັດຕໍ່ໄປມີ: ໂດຍ ແຂວງໄຊຍະບູລີ ຈະໄດ້ນຳສະເໜີໃຫ້ຂັ້ນເທິງເພື່ອພິຈາລະນາໃນການຈັດຕັ້ງປະຕິບັດ ການປະຊຸມສຳມະນາທາງວິຊາການ,ຜູ້ບໍລິຫານ,ຄູສອນ, ຈັດການແລກປ່ຽນຄູສອນ ແລະ ນັກຮຽນນັກສຶກສາ.

5.    ສະເໜີໃຫ້ 3 ວິທະຍາໄລຂອງ ຣາຊອານາຈັກໄທ ສະໜັບສະໜູນບຸກຄະລາກອນທີ່ມີຄວາມຊ່ຽວຊານທາງວິຊາສະເພາະໃດໜຶ່ງ ເພື່ອຈັດການຮຽນການສອນຊ່ວຍທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ.

6.    ສະເໜີໃຫ້ມີການຈັດກອງປະຊຸມ, ທັດສະນະສຶກສາວຽກງານອາຊີວະສຶກສາໃນສົກປີ 2017-2018 ທີ່ວິທະຍາໄລກະເສດ ແລະ ເຕັກໂນໂລຊີຂອນແກ່ນ (ຣາຊະອານາຈັກໄທ).

ຈາກນັ້ນ, ທັດສະນະສຶກສາເບິ່ງໂຮງຊ່າງຕ່າງໆຂອງທັງ 2 ວິທະຍາໄລ ໃນບາງສາຂາ ແລະ ທ່ຽວຊົມເບິ່ງວັດທະນະ ທຳຂອງປະຊາຊົນ ເມືອງຊຽງຄານ, ແຂວງເລີຍ ຣາຊອານາຈັກໄທ.

-       ວັນທີ 28 ກຸມພາ 2017 ທ່ຽວຊົມວັດທະນະທຳຂອງປະຊາຊົນ ເມືອງດ່ານຊ້າຍ ແຂວງເລີຍ ແລະ ເດີນທາງກັບຄືນສູ່ແຂວງໄຊຍະບູລີ.

 

T ດ້ານດີ: ໃນການທັດສະນະສຶກສາວຽກງານອາຊີວະສຶກສາໃນຄັ້ງນີ້ ໄດ້ຮັບການເຫັນດີ, ເຫັນພ້ອມ ແລະ ໃຫ້ການຮ່ວມມືຈາກການຈັດຕັ້ງຂັ້ນເທິງ ທາງຝ່າຍ ຣາຊອານາຈັກໄທ ໄດ້ໃຫ້ຄວາມສະດວກທາງດ້ານທີ່ພັກ, ການກິນຢູ່ໃນລະດັບດີ ແລະ ໄດ້ລົງສຶກສາການຈັດໂຮງຊ່າງ ເພື່ອປັບໃຊ້ກັບໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີ

T ດ້ານອ່ອນ: ໄລຍະການລົງທັດສະນະສຶກສາບໍ່ໄດ້ຕາມແຜນຕາຕະລາງທີ່ວາງໄວ້, ບໍ່ເໝາະສົມ (ຖືກໄລຍະນັກສຶກສາໄດ້ສໍາເລັດການສອບເສັງກ່ອນ) ຈຶ່ງບໍ່ທັນເຫັນວິທີການຈັດການຮຽນ-ການສອນພາກທິດສະດີ ແລະ ພາກປະຕິບັດໃນໂຮງຊ່າງ.

 

T ບົດຮຽນທີ່ຖອດຖອນໄດ້:

-       ຄວນໃຫ້ມີການຈັດຝຶກອົບຮົມໃນໄລຍະສັ້ນ ແລະ ໄລຍະຍາວ ( ຝຶກເຂັ້ມຄູໃນບາງສາຂາວິຊາຮຽນ ເພື່ອເຜີ້ມ ຄວາມຮູ້, ຄວາມສາມາດຂອງການສິດສອນຂອງຄູ)

-       ຄວນໃຫ້ມີຫ້ອງສະໝຸດ, ຫ້ອງທົດລອງ ທີ່ມີຄວາມພຽງພໍກັບຄວາມຕ້ອງການ ແລະ ການບັນຈຸນັກສຶກສາ.

-       ຄວນໃຫ້ມີການນຳໃຊ້ ອິນເຕີເນັດ, ເວບໄຊ ເຂົ້າໃນການຮັບໃຊ້ວຽກງານ ແລະ ຈັດການຮຽນ-ການສອນ

-       ຫ້ອງຮຽນພາກທິດສະດີຄວນມີສື່ການຮຽນການສອນທີ່ທັນສະໄໝ.

-       ຫ້ອງຮຽນພາກປະຕິບັດຕ້ອງມີຄວາມສາມາດບັນຈຸນັກສຶກສາໄດ້ພຽງພໍ.

-       ຄວນໃຫ້ມີອຸປະກອນຮັບໃຊ້ການຮຽນພາກປະຕິບັດທີ່ພຽງພໍ ແລະ ສະດວກທັນສະພາບການ