ຂໍ້ມູນກ່ຽວກັບຕະຫຼາດຫຼັກຊັບລາວ - Thongdy NAOHVANPHENG

Photos ທີ່ສາມາດເລືອກເອງໄດ້

ເລືອກພາສາ

Tuesday, December 15, 2020

ຂໍ້ມູນກ່ຽວກັບຕະຫຼາດຫຼັກຊັບລາວ

 


ຕະຫຼາດຫຼັກຊັບລາວ (ຕລຊລ) ເປັນຕະຫຼາດຮຸ້ນ ແຫ່ງດຽວໃນ ສປປ ລາວ ທີ່ເປັນທາງເລືອກໃໝ່ຂອງການລົງທຶນ ແລະ ລະດົມທຶນໄລຍະຍາວຢ່າງມີປະສິດທິພາບ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າດ້ວຍການເປັນອີກ “ຂາ” ໜຶ່ງຂອງຕະຫຼາດການເງິນແຫ່ງ ສປປ ລາວ ທີ່ຊຸກຍູ້ໃຫ້ມີຫຼາຍຜົນງານພົ້ນເດັ່ນ ເຂົ້າໃນການພັດທະນາເສດຖະກິດແຫ່ງຊາດ.



ດ້ວຍການກ້າວສູ່ປະຕູປະຊາຄົມເສດຖະກິດອາຊຽນ, ຕລຊລ ຈະເປັນສ່ວນໜຶ່ງຂອງຕະຫຼາດທຶນອາຊຽນ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ກຳນົດ ແລະ ມາດຕະການອັນຖືກຕ້ອງເພື່ອກ້າວສູ່ການເຄື່ອນຍ້າຍເສລີຂອງສິນຄ້າ ແລະ ບໍລິການ, ການລົງທຶນ, ແຮງງານທີ່ມີທັກສະຄວາມສາມາດ, ແລະ ທີ່ສຳຄັນກໍຄື “ການເຄື່ອນຍ້າຍເງິນທຶນຢ່າງເສລີ”.

ຕລຊລ ເຊື່ອໝັ້ນຢ່າງໜັກແໜ້ນທີ່ຈະກາຍເປັນຕະຫຼາດທຶນໃນການຂັບເຄື່ອນທຸລະກິດພາຍໃນຂອງ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ສາມາດ ແຂ່ງຂັນກັບບັນດາປະເທດໃນພາກພື້ນ ແລະ ສາກົນຢ່າງໂປ່ງໃສຍຸດຕິທຳ ເພື່ອກ້າວໄປສູ່ການເປັນສູນກາງຂອງຕະຫຼາດຫຼັກຊັບຂອງພາກພື້ນໃນອະນາຄົດ. 

About LSX _ The History of LSX 

ສົກປີ 2006- 2010 ສະພາແຫ່ງຊາດໄດ້ຮັບຮອງເອົາແຜນພັດທະນາເສດຖະກິດສັງຄົມ 5 ປີ ແຫ່ງລັດ ຄັ້ງທີ VI ເຊິ່ງໜຶ່ງໃນນີ້ກໍໄດ້ກໍານົດແຜນສ້າງຕັ້ງຕະຫຼາດຫຼັກຊັບຢູ່ ສປປລາວ ໃນທ້າຍປີ 2010. ເຊິ່ງ ລັດຖະບານ ໄດ້ມອບໝາຍໃຫ້ທະນາຄານແຫ່ງ ສປປລາວ ເປັນອົງກອນຈັດຕັ້ງປະຕິບັດແຜນການດັ່ງກ່າວ ໂດຍໄດ້ແຕ່ງຕັ້ງຄະນະຊີ້ນໍາລວມກ່ຽວກັບການສ້າງຕັ້ງຕະຫຼາດຫຼັກຊັບຂຶ້ນເຊິ່ງລວມມີ: ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ເປັນປະທານ, ທ່ານ ພູເພັດ ຄໍາພູນວົງ ຜູ້ວ່າການທະນາຄານແຫ່ງ ສປປລາວ ເປັນຮອງປະທານ ແລະ ມີບັນດາທ່ານຮອງລັດຖະມົນຕີກະຊວງຕ່າງໆເປັນຄະນະ.  

  • ໃນວັນທີ 19 ກັນຍາ 2007 ໄດ້ເຊັນບົດບັນທຶກຊ່ວຍຈໍາສະບັບໜຶ່່ງ(MOU) ລະຫວ່າງທະນາຄານແຫ່ງ ສປປລາວ ກັບ ຕະຫຼາດຫຼັກຊັບ ສ.ເກົາຫລີ ທີ່ນະຄອນຫຼວງເຊອູນ ປະເທດ ສ.ເກົາຫລີ. ຫລັງຈາກນັ້ນ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ການສ້າງຕັ້ງຕະຫຼາດຫຼັກຊັບຂຶ້ນໃນວັນທີ 22 ມັງກອນ 2008 ເພື່ອຮັບຜິດຊອບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໂດຍການຊີ້ນໍາໂດຍກົງຂອງ ທ່ານ ພູເພັດ ຄໍາພູນວົງ ຜູ້ວ່າການ ທຫລ ຮອງປະທານຄະນະຊີ້ນໍາລວມຜູ້ປະຈໍາການ.
  • ມາຮອດວັນທີ 25 ພຶດສະພາ 2009 ລັດຖະບານໄດ້ແຕ່ງຕັ້ງຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບເພື່ອປ່ຽນແທນຄະນະຊີ້ນໍາລວມ ແລະ ໄດ້ປ່ຽນຈາກຄະນະຮັບຜິດຊອບສ້າງຕັ້ງຕະຫຼາດຫຼັກຊັບ ມາເປັນ ພະນັກງານຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ເຊິ່ງເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 02 ກໍລະກົດ 2009 ເປັນຕົ້ນມາ ແລະ ມາຮອດທ້າຍເດືອນ ກໍລະກົດ 2009 ກໍໄດ້ມີການເຊັນສັນຍາຮ່ວມທຶນໂດຍແມ່ນທະນາຄານ ແຫ່ງ ສປປ ລາວ ຖືຫຸ້ນ 51% ແລະ ຕະຫຼາດຫຼັກຊັບເກົາຫຼີຖືຫຸ້ນ 49%.
  • ມາເຖິງວັນທີ 10 ຕຸລາ 2010 ຕະຫຼາດຫຼັກຊັບລາວໄດ້ເປີດຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ລັດຖະບານປະທານຄະນະກໍາມະການຄຸ້ມຄອງ ຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ຄລຕ),ພ້ອມ ນີ້ກໍມີທ່ານ ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ, ທ່ານ ເດດພູວັງ ມູລຣັຕ ປະທານຕະຫຼາດຫຼັກຊັບລາວ, ບັນດາລັດຖະມົນຕີວ່າການທູຕານຸທູດ ຜູ້ບໍລິຫານລະດັບສູງຈາກຕະຫຼາດຫຼັກຊັບ ສ.ສ ຫວຽດນາມ, ສປ ຈີນ, ສ.ເກົາຫຼີ, ໄທ ຜູ້ຮ່ວມທຶນຈາກຕະຫຼາດຫຼັກຊັບ ສ.ເກົາຫຼີ ແລະ ພາກສ່ວນກ່ຽວຂ້ອງ.
  • ຕະຫຼາດຫຼັກຊັບລາວເປັນຕະຫຼາດທຶນແຫ່ງທໍາອິດຂອງ ສປປ ລາວແລະ ມັນຈະນໍາມາເຖິງແຫຼ່ງທຶນອັນຫຼວງຫຼາຍເພື່ອພັດທະນາປະເທດຊາດ, ພ້ອມກັນນີ້ກໍ່ເພື່ອລະດົມທຶນໄລຍະຍາວໃຫ້ແກ່ບັນດາບໍລິສັດ ແລະ ເພື່ອເປັນການສະໜັບສະໜູນໃຫ້ຕະຫຼາດການເງິນໃນ ສປປ ລາວ ມີຄວາມສົມບູນຍິ່ງຂຶ້ນ, ສະນັ້ນ ລັດຖະບານ ລາວ ຈິ່ງເຫັນຄວາມຈໍາເປັນ ໃຫ້ມີຕະຫຼາດທຶນ ໃນການຈັດຫາເງິນທຶນໄລຍະຍາວມາສະໜອງໃຫ້ແກ່ ການກໍ່ສ້າງພື້ນຖານຂອງບັນດາບໍລິສັດ ທີ່ມີຄວາມຕ້ອງການໃນການພັດທະນາ ແລະ ຂະຫຍາຍກິດຈະການທາງດ້ານການຜະລິດ ແລະ ບໍລິການຢ່າງໝັ້ນຄົງ.

    ສົກປີ 2006- 2010 ສະພາແຫ່ງຊາດໄດ້ຮັບຮອງເອົາແຜນພັດທະນາເສດຖະກິດສັງຄົມ 5 ປີ ແຫ່ງລັດ ຄັ້ງທີ VI ເຊິ່ງໜຶ່ງໃນນີ້ກໍໄດ້ກໍານົດແຜນສ້າງຕັ້ງຕະຫຼາດຫຼັກຊັບຢູ່ ສປປລາວ ໃນທ້າຍປີ 2010. ເຊິ່ງ ລັດຖະບານ ໄດ້ມອບໝາຍໃຫ້ທະນາຄານແຫ່ງ ສປປລາວ ເປັນອົງກອນຈັດຕັ້ງປະຕິບັດແຜນການດັ່ງກ່າວ ໂດຍໄດ້ແຕ່ງຕັ້ງຄະນະຊີ້ນໍາລວມກ່ຽວກັບການສ້າງຕັ້ງຕະຫຼາດຫຼັກຊັບຂຶ້ນ.

    ໃນວັນທີ 19 ກັນຍາ 2007 ໄດ້ເຊັນບົດບັນທຶກຊ່ວຍຈໍາສະບັບໜຶ່່ງ(MOU) ລະຫວ່າງທະນາຄານແຫ່ງ ສປປລາວ ກັບ ຕະຫຼາດຫຼັກຊັບ ສ.ເກົາຫລີ ທີ່ນະຄອນຫຼວງເຊອູນ ປະເທດ ສ.ເກົາຫລີ. ຫລັງຈາກນັ້ນ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ການສ້າງຕັ້ງຕະຫຼາດຫຼັກຊັບຂຶ້ນໃນວັນທີ 22 ມັງກອນ 2008 ເພື່ອຮັບຜິດຊອບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໂດຍການຊີ້ນໍາໂດຍກົງຂອງ ຜູ້ວ່າການ ທຫລ ຮອງປະທານຄະນະຊີ້ນໍາລວມຜູ້ປະຈໍາການ.

    ມາຮອດວັນທີ 25 ພຶດສະພາ 2009 ລັດຖະບານໄດ້ແຕ່ງຕັ້ງຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບເພື່ອປ່ຽນແທນຄະນະຊີ້ນໍາລວມ ແລະ ໄດ້ປ່ຽນຈາກຄະນະຮັບຜິດຊອບສ້າງຕັ້ງຕະຫຼາດຫຼັກຊັບ ມາເປັນ ພະນັກງານຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ເຊິ່ງເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 02 ກໍລະກົດ 2009 ເປັນຕົ້ນມາ ແລະ ມາຮອດທ້າຍເດືອນ ກໍລະກົດ 2009 ກໍໄດ້ມີການເຊັນສັນຍາຮ່ວມທຶນໂດຍແມ່ນທະນາຄານ ແຫ່ງ ສປປ ລາວ ຖືຫຸ້ນ 51% ແລະ ຕະຫຼາດຫຼັກຊັບເກົາຫຼີຖືຫຸ້ນ 49%.

    ມາເຖິງວັນທີ 10 ຕຸລາ 2010 ຕະຫຼາດຫຼັກຊັບລາວໄດ້ເປີດຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ລັດຖະບານປະທານຄະນະກໍາມະການຄຸ້ມຄອງ ຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ຄລຕ),ພ້ອມ ນີ້ກໍມີທ່ານ ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ, ທ່ານ ເດດພູວັງ ມູລຣັຕ ປະທານຕະຫຼາດຫຼັກຊັບລາວ, ບັນດາລັດຖະມົນຕີວ່າການທູຕານຸທູດ ຜູ້ບໍລິຫານລະດັບສູງຈາກຕະຫຼາດຫຼັກຊັບ ສ.ສ ຫວຽດນາມ, ສປ ຈີນ, ສ.ເກົາຫຼີ, ໄທ ຜູ້ຮ່ວມທຶນຈາກຕະຫຼາດຫຼັກຊັບ ສ.ເກົາຫຼີ ແລະ ພາກສ່ວນກ່ຽວຂ້ອງ.

    ຕະຫຼາດຫຼັກຊັບລາວເປັນຕະຫຼາດທຶນແຫ່ງທໍາອິດຂອງ ສປປ ລາວແລະ ມັນຈະນໍາມາເຖິງແຫຼ່ງທຶນອັນຫຼວງຫຼາຍເພື່ອພັດທະນາປະເທດຊາດ, ພ້ອມກັນນີ້ກໍ່ເພື່ອລະດົມທຶນໄລຍະຍາວໃຫ້ແກ່ບັນດາບໍລິສັດ ແລະ ເພື່ອເປັນການສະໜັບສະໜູນໃຫ້ຕະຫຼາດການເງິນໃນ ສປປ ລາວ ມີຄວາມສົມບູນຍິ່ງຂຶ້ນ, ສະນັ້ນ ລັດຖະບານ ລາວ ຈິ່ງເຫັນຄວາມຈໍາເປັນ ໃຫ້ມີຕະຫຼາດທຶນ ໃນການຈັດຫາເງິນທຶນໄລຍະຍາວມາສະໜອງໃຫ້ແກ່ ການກໍ່ສ້າງພື້ນຖານຂອງບັນດາບໍລິສັດ ທີ່ມີຄວາມຕ້ອງການໃນການພັດທະນາ ແລະ ຂະຫຍາຍກິດຈະການທາງດ້ານການຜະລິດ ແລະ ບໍລິການຢ່າງໝັ້ນຄົງ.

    ມາຮອດປັດຈຸບັນ ຕະຫຼາດຫຼັກຊັບລາວ ມີບໍລິສັດທີ່ຈົດທະບຽນ ແລະ ເປີດການຊື້-ຂາຍຫຸ້ນຢ່າງເປັນທາງການແລ້ວ 11 ບໍລິສັດ ຄື:

    ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ;

    ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ;

    ບໍລິສັດ ລາວເວີນ ມະຫາຊົນ;

    ບໍລິສັດ ປີໂຕຣລ້ຽມເທຣດດີ້ງລາວ ມະຫາຊົນ;

    ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ;

    ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ;

    ບໍລິສັດ ຊີມັງລາວ ມະຫາຊົນ;

    ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ;

    ບໍລິສັດ ລາວອາໂກຣເທັກ ມະຫາຊົນ;

    ບໍລິສັດ ວຽງຈັນເຊັນເຕີ ລາວ ມະຫາຊົນ;

    ບໍລິສັດ ລາວອາຊຽນ ເຊົ່າສິນເຊື່ອ ມະຫາຊົນ.

    ຂໍ້ມູນເພີ້ມເຕີມບັນດາທ່ານສາມາດເຂົ້າເບິ່ງທີ່ເວບໄຊ www.lsx.com.la